08/04/2026
✨ ກົດຂອງ.. “ ຄວາມສຸກ ”.. ✨
ເພາະຄວາມສຸກບໍ່ໄດ້ຢູ່ໄກ ແຕ່ເລີ່ມຕົ້ນທີ່ "ໃຈ" ຂອງເຮົາເອງ:
👉 ຍອມຮັບ.. ອະດີດ: ໃຫ້ມັນເປັນບົດຮຽນ ບໍ່ແມ່ນບາດແຜ.
👉 ບໍ່ສົນ.. ຄົນນິນທາ: ຄຳເວົ້າຄົນອື່ນກຳນົດຊີວິດເຮົາບໍ່ໄດ້ ຖ້າເຮົາບໍ່ເກັບມາຄິດ.
👉 ເວລາ.. ຈະຊ່ວຍໃຫ້ທຸກຢ່າງດີຂຶ້ນ: ບາງເລື່ອງຕ້ອງປ່ອຍໃຫ້ເວລາເຮັດໜ້າທີ່ຂອງມັນ.
👉 ຢ່າ.. ປຽບທຽບກັບໃຜ: ແຕ່ລະຄົນມີ "ລະດູການ" ເຕີບໃຫຍ່ທີ່ແຕ່າງກັນ.
👉 ຢ່າ.. ຄິດຫຼາຍ: ປ່ອຍວາງເລື່ອງທີ່ເຮົາຄວບຄຸມບໍ່ໄດ້.
👉 ສຸກ.. ກັບສິ່ງທີ່ມີ: ຄວາມພໍໃຈຄືຈຸດເລີ່ມຕົ້ນຂອງຄວາມຮັ່ງມີທີ່ແທ້ຈິງ.
👉 ຍິ້ມ.. ສະເໝີ: ຮອຍຍິ້ມຄືພະລັງງານບວກທີ່ດີທີ່ສຸດ.
☀️ ແສງສະຫວ່າງເທິງທ້ອງຟ້າ.. ເກີດຈາກ.. “ ດວງອາທິດ ”
🌟 ແສງສະຫວ່າງຂອງຊີວິດ.. ເກີດຈາກ.. “ ການປ່ອຍວາງ ”
ແສງແດດ.. ຍາມເຊົ້າ ບອກໃຫ້ເຮົາ.. ສູ້ຕໍ່ໄປ
ຖ້າມື້ໃດ.. “ ເມື່ອຍ ” ແລ້ວ.. ສູ້ບໍ່ໄຫວ
ຍັງມີແສງ.. ຂອງມື້ຕໍ່ໆ ໄປ ເປັນ “ ກຳລັງໃຈ ” ໃຫ້ເຮົາທຸກມື້. ✌️✨
🤍 Grow with Latda — ເຕີບໃຫຍ່ ແລະ ມີຄວາມສຸກໄປນຳກັນໃນທຸກໆມື້.
#ແຮງບັນດານໃຈ #ຄຳຄົມຊີວິດ